Skip to content

ຂໍ້ມູນເບື້ອງຕົ້ນ The Fuel Ox®

1. Fuel Ox® ແມ່ນຫົວເຊື້ອນໍ້າມັນທີ່ຖືກອອກແບບໂດຍສະເພາະ, ໃຫ້ແກ່ກອງທັບເຮືອຂອງປະເທດສະຫາລັດໃນກາງຍຸກປີ (1970) ແລະ ໄດ້ມີການພັດທະນາມາເລື້ອຍໆຕາມຄວາມຮຽກຮ້ອງຕ້ອງການຂອງກອງທັບເຮືອສະຫະລັດ. ຜົນລັບທີ່ໄດ້, ນັ້ນກໍຄືຫົວເຊື້ອນໍ້າມັນ ຫຼື ສານເຕີມແຕ່ງທີ່ເຮັດໜ້າທີ່ເປັນຕັວຕື່ມໃສ່ນໍ້າມັນເຊື້ອເພີງທີ່ສາມາດຊ່ວຍແກ້ໄຂບັນຫານໍ້າມັນເຊື້ອເພີງທີ່ບໍພຶງປະສົງໄດ້ດີກວ່າຜະລິດຕະພັນອື່ນໆ ແລະ ຍັງມີເອກະລັກສະເພາະໂຕໃນທາງທີ່ເໜືອກວ່າ. ຍັງບໍມີສານເຕີມແຕ່ງໃດໃນໂລກນີ້ທີ່ຜ່ານຂະບວນການທົດສອບແບບເຂັ້ມງວດ ແລະ ການປ່ຽນແປງພັດທະນາຫຼາຍເທົ່າFuel Ox®.

2. The Fuel Ox® ຕົວເລັ່ງປະຕິກິລິຍາທີ່ໄດ້ຈົດລິຄະສິດແມ່ນມີຮາກຖານເປັນໂລຫະ (ມີເອກະລັກສະເພາະໂຕໃນທາງອຸດສະຫະກຳ) ແລະ ເຮັດໃຫ້ຈຸດເຜົາໄໝ້ຂອງນ້ຳມັນກາຊວນລົດລົງເຖິງ 93°C ແລະ ນໍ້າມັນແອັດຊັງລົດລົ ງເຖິງ 65°C. ສົ່ງຜົນໃຫ້ເກີດການເຜົາໄໝ້ທີ່ລະອຽດທົ່ວເຖິງຂຶ້ນເຮັດໃຫ້ໂມເລກຸນໄຮໂດຣຄາບອນທີ່ຍັງບໍໄໝ້ນັ້ນລົດລົງ (ຂີ້ຂະເໝົ້າ) ນຳພາໃຫ້ຄວັນໄອເສຍລົດລົງເຖິງ 60% ແລະ ຊະນັ້ນຈຶ່ງລົດຄວາມກົດດັນໃນການທຳງານຂອງເຄື່ອງກອງຄວັນໄອເສຍ (ນໍ້າມັນກະຊວນ) ໃຫ້ດີຂຶ້ນ, ເຊິ່ງຈະຊ່ວຍໃຫ້ຫຼຸ ດຜ່ອນການເຜົາໄໝ້ຂອງເຄື່ອງກອງຄວັນໄອເສຍທີ່ອຸດຕັນສູງເຖິງ 50%+ ປະໂຫຍດຕໍ່ສິ່ງແວດລ້ອມແມ່ນສິ່ງສຳຄັນຢ່າງເຫັນໄດ້ຊັດ, ເຖິງຢ່າງໃດກໍຕາມແມ່ນບໍ່ງ່າຍຕໍ່ການວັດແທກໄດ້ .

3. ການເຜົາໄໝ້ທີ່ລະອຽດທົ່ວເຖິງຂຶ້ນແມ່ນເຮັດໃຫ້ມີພະລັງງານໃນການທຳງານຫຼາຍຂຶ້ນ, ການຈຸດຕິດງ່າຍຂຶ້ນ ແລະ ປະສິດຕິພາບຂອງນໍ້າມັນເຊື້ອເພີງດີຂຶ້ນໂດຍສະເຫຼ່ຍແມ່ນປະຢັດນໍ້າມັ ນເຖິ ງ 4 – 10%.

4. Fuel Ox® ແມ່ນມີຄວາມເຂັ້ມຂຸ້ນທີ່ສຸດ, ຫັວເຊື້ອນໍ້າມັນຈຳນວນ 1ລິດແມ່ນສຳລັບຕື່ມໃສ່ນໍ້າມັນເຊື້ອເພີງຈຳນວນ 10,000ລິດ

5. Fuel Ox® ແມ່ນສາມາດນຳໃຊ້ໄດ້ກັບນໍ້າມັນເຊື້ອເພີງທີ່ເປັນ Hydrocarbon-based ທຸກຊະນິດ (ເຮືອບິນໄອຜົນ, ຖັງ ຫຼື ສາງກັກເກັບນໍ້າມັນ, ນໍ້າມັນກ້າສ ແລະ ໂດຍສະເພາະກັບນໍ້າມັນແອດຊັງ ແລະ ນໍ້າມັນກະຊວນ) ເພາະຫົວເຊື້ອນໍ້າມັນແມ່ນມີປະຕິກິລິຍາຕໍໂມເລກຸນໄຮໂດຣຄາບອນ.

6. Fuel Ox® ຄວບຄຸມເຊື້ອອັນຕະລາຍ ເຊັ່ນເຊື້ອພະຍາດແບັກທີເຣຍ ແລະ ເຊື້ອໂລກທີ່ມີຊີວິດປະເພດອື່ນໆທີ່ມີແນວໂນ້ມທີ່ຈະເກີດຂຶ້ນໃນນ້ຳມັນເຊື້ອເພີງປະເພດຈັກກະຊວນ. ຄູ່ແຂ່ງສ່ວນໃຫຍ່ແມ່ນຈຳເປັນຕ້ອງນຳໃຊ້ຜະລິດຕະພັນແຍກ ຫຼື ຜະລິດຕະພັນທົດແທນເພື່ອແກ້ໄຂບັນຫາດັ່ງກ່າວ.

7. Fuel Ox® ແມ່ນເປັນສານເຕີມແຕ່ງທີ່ຄອບຄຸມຄົບວົງຈອນທີ່ສຸດໃນໂລກ: ນອກຈາກປະໂຫຍດທີ່ ກ່າວມາແລ້ວ, ຜະລິດຕະພັນ Fuel Ox® ຍັງເພີ່ມຄວາມລໍ່ລື້ນໃຫ້ກັບຝາສູບເທິງ ແລະ ຫົວສີດ, ກຳຈັດການເຄືອບຕົວ ແລະ ການກໍ່ຕົວຂອງຄາບອນໃນເຄື່ອງຈັກ, ຊ່ວຍແຍກນໍ້າ ແລະ ນໍ້າມັນອອກຈາກກັນ (ກຳຈັດນໍ້າອອກຈາກນໍ້າມັນ), ມີສ່ວນປະສົມຂອງສານຕ້ານການກັດກ່ອນເພື່ອການປົກປ້ອງຮັກສາຖັງນໍ້າມັນເຊື້ອເພີງທຸກຊະນິດ ແລະ ມີສ່ວນປະກອບຂອງສານຊ່ວຍໃຫ້ນໍ້າມັນເຊື້ອເພີງມີຄວາມສະຖຽນນະພາບດີຂຶ້ນ ແລະ ມີອາຍຸການໃຊ້ງານໄດ້ດົນເຖິງ 2 ປີ.

ສະຫຼຸບແລ້ວ, Fuel Ox ເປັນຜະລິດຕະພັນທີ່ມີຄຸນນະພາບ ແລະ ປະຢັດທັງເລື້ອງງົບປະມານ ໂດຍສາມາດເຫັນໄດ້ຢ່າງຊັດເຈນ ເມື່ອໃຊ້ງານໃນໄລຍະເວລາໜື່ງ.