Skip to content

ມີຄວາມແຕກຕ່າງ Fuel Ox®

ວິທີການເຂົ້າເຖິ່ງໂດຍເລີ້ມຈາກພື້້ນຖານ

ໃນປີ 2014, Fuel Ox®, LLC ໄດ້ເລີ່ມຕົ້ນເຂົ້າສູ່ການຕະຫຼາດດ້ວຍຜະລິດຕະພັນສານປະສົມທີ່ມີປະສິດທະພາບເປັນເອກະລັກສະເພາະ, ຈາກຈຸດເລີ່ມຕົ້ນທີ່ເລັກນ້ອຍນັ້ນ, ທ່ານ ປະທານ ແລ໋ນ ເທເລີ (Rand Taylor) ແລະ ລູກຊາຍຂອງທ່ານ ອາເລັກ (Alec) ໄດ້ເລີ່ມຕົ້ນໂດຍການເຂົ້າຫາບັນດາບໍລິສັກກໍ່ສ້າງ ແລະ ຂົນສົ່ງທາງບົກ, ຊາວກະສິກອນ, ເທດສະບານ ແລະ ບັນດາບໍລິສັດຂຸດຄົ້ນເອກະລາດພາຍໃນປະເທດ. ພວກເຂົາໄດ້ດຳເນີນການກໍ່ສ້າງຖານລູກຄ້າປະຈຳທີ່ຈົງຮັກພັກດີໄດ້ຢ່າງເຂັ້ມແຂງໂດຍການສະໜອງບັນດາຜະລິດຕະພັນສານປະສົມນ້ຳມັນເຊື້ອໄຟທີ່ມີປະສິດທິພາບທີ່ສຸດໃນໂລກໃຫ້ກັບພວກເຂົາບວກກັບການບໍລິການລູກຄ້າທີ່ດີເລີດ, ເອົາໃຈໃສ່ທຸກລາຍລະອຽດ, ຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ ແລະ ປະຕິບັດສຳເລັດທຸກວຽກງານທີ່ລູກຄ້າສະເໜີ. ຕັ້ງແຕ່ນັ້ນມາ Fuel Ox® ໄດ້ເຕີບໃຫຍ່ກາຍເປັນບໍລິສັດໄດ້ຮັບການຍອມຮັບ ແລະ ທີ່ໜ້າເຊື່ອຖືເຊິ່ງຜະລິດຕະພັນຕ່າງໆຂອງບໍລິສັດໄດ້ຮັບຄວາມເຊື່ອຖືສູງຈາກຫຼາຍບໍລິສັດ, ນຳໃຊ້ເຂົ້າໃນຫຼາຍຂະແໜງອຸດສາຫະກຳ ແລະ ໄດ້ນຳໃຊ້ຢ່າງກວ້າງຂວາງຢູ່ 6ທະວີບ.

ຄວາມແຕກຕ່າງ

  1. ຕົວເລັັ່ງຂະບວນການເຜົາໄໝ້ທີ່ໄດ້ຈົດລິຂະສິດ
    Fuel Ox® ໄດ້ ບັນຈຸຕົວເລັັ່ງທີ່ໄດ້ຈົດລິຂະສິດຊ່ວຍໃຫ້ຫຼຸດຜ່ອນການເຜົາໄຫມ້ນໍ້າມັນເຊື້ອໄຟຊ່ວຍສ້າງວົງຈອນການເຜົາໄຫມ້ໄວຍິ່ງຂຶ້ນ, ມີຄວາມສະຖຽນລະພາບກວ່າເກົ່າ. ສິ່ງນີ້ຊ່ວຍເພີ່ມກຳລັງການຜະລິດ ແລະ ປະສິດທິພາບໃນການໃຊ້ນໍ້າມັນເຊື້ອໄຟພ້ອມທັງຫຼຸດຜ່ອນການປ່ອຍອາຍເສຍ ແລະ ຊ່ວຍບຳລຸງຮັກສາເຄື່ອງກັ່ນຕອງ DPF. ລູກຄ້າຍັງໄດ້ລາຍງານວ່າຊ່ວຍໃຫ້ພວກເຂົາຫຼຸດການໃຊ້ງານຂອງ DEF.
  2. ລະລາຍໄດ້ໃນທຸກນ້ຳມັນເຊື້ອໄຟທີ່ຜະລິດຈາກນໍ້າມັນ ແລະ ດ້ວຍຫຼາຍຮູບແບບ Fuel Ox® ສາມາດລະລາຍ 100% ໃນທຸກໆປະເພດນໍ້າມັນເຊື້ອໄຟທີ່ຜະລິດຈາກນໍ້າມັນ, ລວມທັງ ນໍ້າມັນແອັດຊັງ, ກາຊວນ, ນ້ຳມັນແກັສ ແລະ ນໍ້າມັນນໍ້າມັນເຊື້ອໄຟພິເສດ
  3. ສູດປະສົມເຂັ້ມຂຸ້ນ
    ສານປະສົມ Fuel Ox® ເປັນສານທີ່ເຂັ້ມຂຸ້ນທີ່ສຸດ ເປັນສານປະສົມນໍ້າມັນເຊື້ອໄຟສາມາດນຳໃຊ້ໄດ້ທຸກລະດູໂດຍມີອັດຕາສ່ວນການຮັກສາ 110,000 ໃນຂະນະທີ່ບາງນ້ຳມັນເຊື້ອໄຟໃນລະດູໜາວມີອັດຕາສ່ວນການຮັກສາ 17,500.
  4. ນ້ຳມັນເຊື້ອໄຟທີ່ມີຄວາມສາມາດພິເສດ
    ສານປະສົມ Fuel Ox® ສາມາດກຳຈັດນໍ້າ, ປ້ອງກັນການສະສົມຂອງກາກບອນໃນທຸກສ່ວນປະກອບພາຍໃນຂອງເຄື່ອງຈັກ, ລະບາຍສິ່ງຕະກອນ ແລະ ປ້ອງກັນການຫຼຸ້ຍຫ້ຽນຂອງຖັງນໍ້າມັນ ແລະ ສ່ວນປະກອບອື່ນໆ. ສານປະສົມເຫຼົ່ານີ້ຍັງມີສານປ້ອງກັນນໍ້າມັນເຊື້ອໄຟບໍໃຫ້ປ່ຽນທາດ ແລະ ເສຍຄຸນຄະພາບໄດ້ດົນເຖິງສອງປີ.