ປະສິດທິພາບຂອງຕົວເລັ່ງ ມີສານໂລຫະ FUEL OX® ສຳລັບການແບ່ງຂົ້ວ ແລະ ການຜຸພັງນ້ຳມັນກາຊວນ
ລັກສະນະຂອງຕົວເລັ່ງນ້ຳມັນເຊື້ອໄຟ FUEL OX® ແມ່ນ ເພື່ອສ້າງຂະບວນການເຜົາ
ໄໝ້ນ້ຳມັນເຊື້ອໄຟທີ່ສົມບູນຂຶ້ນຕື່ມ ໂດຍການ ທຳລາຍສິ່ງຕະກອນ ແລະ ກໍ່ຕົວໃນນ້ຳ
ມັນເຊື້ອໄຟ. ເຫດຜົນທີ່ນ້ຳມັນເຊື້ອໄຟມີສິ່ງຕະກອນ ແມ່ນຍ້ອນວ່າມັນບັນຈຸໄຟຟ້າ.
ປະຕິກິລິຍາແບ່ງຂົວຂອງໂມເລກຸນນ້ຳມັນເຊື້ອໄຟ ເຮັດໃຫ້ພວກມັນທ້ອນໂຮມເຂົ້າກັນ (ຮູບ 1).
ຍ້ອນການກໍ່ຕົວດັ່ງກ່າວ, ອາກາດບໍສາມາດເຂົ້າເຖິງໂມເລກຸນຢູ່ທາງໃນໄດ້. ຄວັນອາຍ
ເສຍ ຫລື ຝຸ່ນລະອອງຈະເກີດຂຶ້ນໃນເມື່ອໂມເລກຸນນ້ຳມັນເຊື້ອໄຟຈຳນວຫລາຍອອກ
ຜ່ານທໍລະບາຍ ແຕ່ບໍໄດ້ຮັບການເຜົາໄໝ້ (ຮູບ 2).
ຕົວເລັ່ງຂອງ FUEL OX® ໄດ້ທຳລາຍຂະບວນການແບ່ງຂົວທີ່ໄດ້ເຮັດໃຫ້ພາກສ່ວນ
ຂອງນ້ຳມັນເຊື້ອໄຟກໍ່ຕົວເຂົ້າກັນ. ເມື່ອສິ່ງກໍ່ຕົວນ້ຳມັນເຊື້ອໄຟຖືກແຕກອອກ, ມັນ
ຈະຖືກເຜົາໄໝ້ທັນທີ່ ຊ່ວຍເຮັດໃຫ້ຂະບວນການເຜົາໄໝ້ມີຄວາມສົມບູນຂຶ້ນຕື່ມ.
ຕົວເລັ່ງຂອງ FUEL OX® ສາມາດສຳຜັດກັບໂມເລກຸນນ້ຳມັນເຊື້ອໄຟຫຼາຍກວ່າໃນ
ອາກາດ ຈາກນັ້ນ ບັນດາໂມເລກຸນສາມາດໄດ້ຮັບການເຜົາໄໝ້ສົມບູນກວ່າເກົ່າ.
ຕົວເລັ່ງຊ່ວຍຂະບວນການເຜົາໄໝ້ດີຂຶ້ນ, ຊ່ວຍໃຫ້ຫົວສີດສາມາດສະໜອງ
ອົກຊີເຈນໃຫ້ແກ່ນ້ຳມັນເຊື້ອໄຟໄດ້ຢ່າງມີປະສິດທິພາບ (ຮູບ 3).