Skip to content

ຄຳນຳ

Fuel Ox® - ເຄື່ອງກົນຈັກໜັກ, ການກໍ່ສ້າງ ແລະ ຂຸດຄົ້ນບໍແຮ່

ເຄື່ອງກົນຈັກໜັກ, ການກໍ່ສ້າງ ແລະ ເຄື່ອງຈັກສຳລັບການຂຸດຄົ້ນບໍ່ແຮ່ທີ່ເຮັດວຽກປົກກະຕິໂດຍມີຄວາມໄວ ແລະ ຄວາມແຮງຂອງຈັກບໍປົກກະຕິ. ເຄື່ອງຈັກເຫຼົ່ານີ້ຖືກສ້າງມາເພື່ອເປີດໃຊ້ງານໃນໄລຍະເວລາດົນ. ເງື່ອນໄຂເຫຼົ່ານີ້ເຮັດໃຫ້ເຄື່ອງຈັກກັກເກັບ ສານຄາກບອນໄວ້, ເພີ່ມການປ່ອຍມົນລະພິດ ແລະ ເຮັດໃຫ້ເຄື່ອງກອງເຮັດວຽກໜັກໃນຂະນະດຽວກັນນັນກໍຫຼຸດຜ່ອນປະສິດທິພາບຂອງເຄື່ອງກອງນ້ຳມັນກາຊວນ ແລະ ເປັນສາເຫດໃຫ້ຫົວສິດນ້ຳມັນອຸດຕັນ.

ສານເພີ່ມປະສິດທິພາບນ້ຳມັນເຊື້ອໄຟFuel Ox® ມີສານໂລຫະ Combustion Catalyst ຈະຊ່ວຍເຮັດໃຫ້ການເຜົາ ໄໝ້ ຢ່າງມີປະສິດທິພາບ ແລະ ສະອາດກວ່າເກົ່າໂດຍຈະຊ່ວຍຫຼຸດຜ່ອນການປ່ອຍມົນລະພິດ ເຊັ່ນ: ຄວັນ, ກາກບອນໄດອົກຊິດ (CO2) ແລະ ໄນໂຕຼເຈນອົກຊີ (NOX). ການຫຼຸດຜ່ອນມົນລະພິດ ເຊັ່ນ: ຄວັນ ເຮັດໃຫ້ຫຼຸດຜ່ານການ ເຮັດວຽກ, ການຢຸດສະຫງັດ ແລະ ການປ່ຽນເຄື່ອງກອງນ້ຳມັນກາຊວນກໍຄືການເຮັດໃຫ້ອາຍເສຍໃນເຄື່ອງຈັກສະອາດຂຶ້ນ ແລະ ຢືດເວລາການໃຊ້ງານຂອງລະບົບການໝູນວຽນອາຍເສຍໃນເຄື່ອງຈັກ. ການເຜົາໄໝ້ທີ່ໝົດນັ້ນຈະຊ່ວຍເພີ່ມພະລັງງານ ແລະ ການຕອບສະໜອງຂອງເຄື່ອງຈັກໄດ້ດີຂຶ້ນພ້ອມທັງເຮັດໃຫ້ປະຢັດນ້ຳມັນຂຶ້ນປະມານ 4 ຫາ 10%.

Fuel Ox® - ການບັນທຸກ ແລະ ການຂົນສົ່ງ

ລົດບັນທຸກ ທີ່ຕ້ອງເດີນທາງໃນໄລຍະໃກ້, ໄລຍະໄກ, ບັນທຸກໜັກ ແລະ ບັນທຸກເບົາ, ແຕ່ສິ່ງໜຶ່ງທີ່ລົດບັນທຸກທຸກຄັນມີຄືກັນຄື ບັນຫາກ່ຽວກັບເຄື່ອງຈັກຂອງພວກເຂົາ. ກາກບອນອົກຊີດທີ່ກໍໂຕຢູ່ເຄື່ອງຈັກ ແລະ ຫົວສີດນ້ຳມັນສາມາດອຸດຕັນ ແລະ ຫຼຸດປະສິດທິຜົນຂອງນ້ຳມັນໄດ້ ແລະ ເຮັດໃຫ້ລະບົບການເຮັດວຽກຂອງອຸປະກອນຕ່າງໆເປ່ເພ. ລະບົບການປ່ອຍອາຍເສຍຈະມີຄວັນ ເປື້ອນ ແລະ ຈຳເປັນຕ້ອງປ່ຽນລະບົບໃໝ່ ເຊິ່ງເປັນການສິ້ນເປືອງຄ່າໃຊ້ຈ່າຍຢ່າງຫຼວງຫຼາຍ.

ສານເພີ່ມປະສິດທິພາບນ້ຳມັນເຊື້ອໄຟ Fuel Ox® ທີ່ມີສານໂລຫະ Combustion Catalyst ທີ່ຊ່ວຍເຮັດໃຫ້ການເຜົາໄໝ້ຢ່າງມີປະສິດທິພາບ ແລະ ສະອາດກ່ວາເກົ່າ ໂດຍຈະຊ່ວຍຫຼຸດຜ່ອນການປ່ອຍມົນລະພິດກໍຄືກາກບອນອົກຊີດ (CO2) ແລະ ໄນໂຕຣເຈນອົກຊີ (NOx) ເຊັ່ນດຽວກັນກັບ ການກໍ່ໂຕຂອງກາກບອນອົກຊີດຊຶ່ງຈະສົ່ງຜົນໃຫ້ຫຼຸດຜ່ອນການໃຊ້ງານຂອງເຄື່ອງກອງອາຍເສຍຂອງເຄື່ອງຈັກກາຊວນ ຫຼື ຢືດເວລາການປ່ຽນເຄື່ອງກອງໃໝ່ ແລະ ເຮັດໃຫ້ປະຢັດນ້ຳມັນຫລາຍຂຶ້ນ ແລະ ການຕອບສະໜອງຂອງເຄື່ອງຈັກໄດ້ດີຂຶ້ນອີກດ້ວຍ.

Fuel Ox® - ລົດໂດຍສານ ແລະ ການຂົນສົ່ງ

ລົດໂດຍສານ ແລະ ການຂົນສົ່ງ, ຍ້ອນການເດີນທາງ ແລະ ຢຸດຢ່າງຕໍ່ເນື່ອງ, ມີຄວາມໄວຕ່ຳກວ່າ, ມັກຈະມີປັນຫາສະເພາະ. ເວລາພັກຜ່ອນຍາວເຮັດໃຫ້ເກີດບັນຫາສະສົມກາກບອນໃນເຄື່ອງຈັກ, ເປືອງນຳມັນເຊື້ອໄຟ ແລະ ປ່ອຍອາຍເສຍຫຼາຍ. ບັນຫານີ້ເຮັດ ໃຫ້ເສຍເວລາ ແລະ ຄ່າໃຊ້ຈ່າຍໃນການປ່ຽນອາໄຫຼ່ຂອງເຄື່ອງຈັກ, ສ້ອມແປງ, ການໃຊ້ ຄວາມຮ້ອນ ຫຼືປ່ຽນເຄື່ອງກັ່ນຕອງ DPF.

Fuel Ox® ແມ່ນເໝາະສົມສຳລັບພາຫະນະຂະແໜງການຂົນສົ່ງເພາະວ່າຂະບວນ ການເຜົາໄໝ້ໄດ້ຖືກປັບປຸງດີຂຶ້ນ, ເພີ່ມປະສິດທິພາບຂອງນ້ຳມັນເຊື້ອໄຟ, ຫຼຸດຜ່ອນການປ່ອຍອາຍເສຍ, ຊ່ວຍບຳລຸງຮັກສາເຄື່ອງກັ່ນຕອງ DPF ແລະ ທຳຄວາມສະອາດ EGR. ບັນດາສານຊັກຟອກເຂັ້ມຂຸ້ນຈະຊ່ວຍໃຫ້ເຄື່ອງຈັກພາຍໃນສະອາດ ແລະ ບໍມີກາກບອນສະສົມ.

Fuel Ox® - ການຄ້າທາງນ້ຳ ແລະ ການດຳເນີນງານທາງເຮືອ

ໃນອຸດສາຫະກຳທາງນ້ຳ, ຂິດຈຳກັດຕ່າງໆເຊິ່ງລວມທັງປະເພດຂອງນ້ຳມັນ ແລະ ສະຖານທີ່ທີ່ທ່ານສາມາດນຳໃຊ້ໄດ້ ບວກກັບສິ່ງແວດລ້ອມທີ່ຢູ່ອ້ອມຂ້າງນ້ຳລ້ວນແລ້ວແຕ່ສາມາດນຳໄປສູ່ບັນຫາ. ມົນລະພິດຫຼາຍເກີນໄປ, ການຂາດນ້ຳມັນລູກສູບ, ການເຕີບໃຫຍ່ຂອງຊີວະພາບ ແລະ ສານພິດຕົກຄ້າງໃນນ້ຳເປັນພຽງບາງບັນຫາທີ່ກໍ່ໃຫ້ເກີດຄວາມຫຍຸ້ງຍາກແກ່ການພັດທະນາເຄື່ອງຈັກທາງນ້ຳທີ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝໃນປັດຈຸບັນ.

ສານເພີ່ມປະສິດທິພາບນ້ຳມັນເຊື້ອໄຟ FuelOx® ທີ່ມີສານໂລຫະທີ່ຊ່ວຍເຮັດໃຫ້ການເຜົາໄໝ້ຢ່າງມີປະສິດທິພາບ ແລະ ສະອາດກວ່າເກົ່າໂດຍຈະຊ່ວຍຫຼຸດຜ່ອນການປ່ອຍມົນລະຜິດ ເຊັ່ນ: ຄວັນ, ກາກບອນອົກຊີດ (CO2) ແລະ ໄນໂຕຣເຈນອົກຊີ (NOx). ພ້ອມນີ້, ຈະເຫັນໄດ້ວ່າປະສິດທິຜົນຂອງນ້ຳມັນ ຈະດີຂຶ້ນປະມານ 47%, ອາຍກາກ ບອນທີ່ກໍໂຕຢູ່ເຄື່ອງຈັກຈະຖືກກຳຈັດໄປເຊັ່ນດຽວກັບການກຳຈັດນ້ຳຢູ່ນ້ຳມັນເຊັ່ນກັນ. ສຸດທ້າຍ, ສານເພີ່ມປະສິດທິພາບນ້ຳມັນເຊື້ອໄຟດັ່ງກ່າວມີສານໂລຫະຈະເພິ່ມການຫຼໍລື້ນທີ່ມີຄວາມສຳຄັນຕໍ່ເຄື່ອງຈັກກາຊວນ.

Fuel Ox® - ການຄ້າທາງນ້ຳ ແລະ ການດຳເນີນງານທາງເຮືອ

ໃນຂະບວກການເຮັດວຽກຂອງທ່າເຮືອຂະໜາດໃຫຍ່, ຕ້ອງມີການບຳລຸງຮັກສາຢ່າງຕໍ່ເນື່ອງເພື່ອຮັບປະກັນວ່າ ນ້ຳມັນເຊື້ອໄຟມີຄວາມສະຖຽນລະພາບ, ຖັງເກັບນ້ຳມັນຕ້ອງສະອາດ. ບັນຫາຕ່າງໆເຊັ່ນ: ຄວາມຫຼຸ້ຍຫ້ຽນ, ຄວາມສະຖຽນລະພາບ ແລະ ການຫຼໍລື່ນບໍພຽງພໍສາມາດເຮັດໃຫ້ມີການປ່ອຍອາຍເສຍ, ກໍຕົວ, ຕົກຕະກອນ ແລະ ນ້ຳມັນເຊື້ອໄຟຖືກຍ່ອຍສະຫຼາຍ. ການປະສົມນໍ້າມັນເຊື້ອໄຟທີ່ມີຊູນຟູຣິກຕ່ຳ ແລະ ກາຊວນຊີວະພາບປະສົມໃນປະຈຸບັນສາມາດເຮັດໃຫ້ເກີດ ບັນຫາຫຼາຍ ເຊິ່ງເຮັດໃຫ້ເກີດຄວາມເສຍຫາຍ, ເພີ່ມຄ່າໃຊ້ຈ່າຍໃນການສ້ອມແປງ, ເສຍເວລາ, ແລະ ຄວາມບໍພໍໃຈຂອງລູກຄ້າ. ບັນດາຜະລິດຕະພັນຂອງ Fuel Ox® ແມ່ນມີຄວາມເຂັ້ມຂຸ້ນສູງດັ່ງນັ້ນພຽງແຕ່ໃຊ້ຈຳນວນໜ້ອຍໜຶ່ງກໍ່ສາມາດໃຊ້ງານໄດ້ດີ. ບັນດາຜະລິດຕະພັນຂອງ Fuel Ox® ຍັງມີສານຊັກຟອກ, ສານສະຖຽງນະພາບ ແລະ ສານຫຼໍ່ລື່ນທີ່ເໝາະສົມກັບນ້ຳມັນເຊື້ອໄຟທັງໝົດລວມທັງນ້ຳມັນເຊື້ອໄຟທີ່ມີລະດັບຊູນຟູຣິກຢູ່ໃນລະດັບຕ່ຳ (ULSD). ພວກເຮົາຍັງສະໜອງຜະລິດຕະພັນທີ່ໃຊ້ໃນທຸກລະດູ ແລະ ລະດູໜາວ ເພື່ອຮັບປະກັນຄວາມພໍໃຈຂອງລູກຄ້າໃນການນຳໃຊ້ນ້ຳມັນເຊື້ອໄຟຕະຫຼອດປີ.

Fuel Ox® ສະໜອງໃຫ້ລັດຖະບານ ເຂດຕົວເມືອງ

ບັນດາໂຄງການ ແລະ ຍານພາຫະນະໃນຕົວເມືອງໃນເມື່ອກ່ອນມັກໃຊ້ງານບັນທຸກແບບບໍສະເໝີກັນ, ບາງທີ່ກໍຂົນສົ່ງຫຼາຍ, ບາງທີ່ໜ້ອຍ ແລະ ເຄື່ອນຍ້າຍໃນຂອບເຂດບໍລິເວນທີ່ຈຳກັດ, ເຮັດໃຫ້ປ່ອຍອາຍເສຍເກີນມາດຕະຖານ, ພ້ອມທັງເຮັດໃຫ້ເກີດການອຸດຕັນເຄື່ອງກັ່ນຕອງ DPF ແລະ EGR, ລວມທັງການສະສົມກາກບອນໄວ້ໃນເຄື່ອງຈັກ, ຫົວສີດ ແລະ ສ່ວນປະກອບຕ່າງໆ. ບັນຫາເຫຼົ່ານີ້ສົ່ງຜົນໃຫ້ການນຳໃຊ້ນ້ຳມັນເຊື້ອໄຟທີ່ບໍມີປະສິດຕິພາບ ແລະ ການຂັບເຄື່ອນຂອງພາຫະນະບໍໄດ້ຮັບປະສິດຕິຜົນດີ.

Fuel Ox® ແມ່ນເໝາະສຳລັບການນຳໃຊ້ພາຫະນະໃນຕົວເມືອງເພາະມັນເປັນຕົວເລັ່ງທີ່ຊ່ວຍໃນຂະບວນການເຜົາໄໝ້. ປັດໄຈນີ້ຊ່ວຍໃຫ້ການເຜົາໄໝ້ໄດ້ຢ່າງມີປະສິດທິພາບ, ສະອາດ, ຫຼຸດຜ່ອນການປ່ອຍອາຍເສຍຕ່າງໆເຊັ່ນ: ຝຸ່ນລະອອງ, ຂີ້ຖ່ານ, NOX ແລະ CO2 ພ້ອມທັງເຮັດໃຫ້ສະສົມກາກບອນໃນເຄື່ອງຈັກ, ຊ່ວຍບຳລຸງຮັກສາເຄື່ອງກັ່ນຕອງ DPF. ລູກຄ້າສ່ວນໃຫຍ່ມັກລາຍງານໃຫ້ຮູ້ວ່າຊ່ວຍຫຼຸດຜ່ອນການໃຊ້ DEF ແລະ ປະຢັດນ້ຳມັນເຊື້ອໄຟ ແລະ ການຕອບgcສະໜອງຂອງເຄື່ອງຈັກເພີ່ມຂຶ້ນ.