Skip to content

ພາກທີ 1 ຂອງໂປຣແກຣມແຫ່ງຄວາມສະຖຽນລະພາບ:
ເທັກໂນໂລຊີທີ່ມີລັກສະນະປະຕິວັດໃນ INFINITY LUBE™

Infinity Lube™ ເປັນຜະລິດຕະພັນທີ່ມີລັກສະນະປະຕິວັດໃນວຽກງານຫຼໍ່ລື່ນ

ສ້າງເງື່ອນໄຂເຮັດວຽກທີ່ເກືອບວ່າບໍ່ມີການກັດລ່ອນ, ການຫຼູ້ຍຫ້ຽນ ແລະ ບໍ່ຖືກຮຸກຖູ ເຊິ່ງມີບັນດາຄຸນສົມບັດດັ່ງນີ້:

ຜົນການທົດລອງ

ຜົນການທົດລອງ ອັດຕາການສິ້ນເປືອງບໍລິມາດ ທີ່ສະໜອງໂດຍ Falex Lab Testing Services. ທົດລອງຕາມມາະຕະຖານ ASTM-D4170 ປຽບທຽບອັດຕາການສິ້ນເປືອງບໍລິມາດຂອງໂລຫະພາຍໃນ

ໄລຍະເວລາ 22 ຊົ່ວໂມງ. ນໍ້າມັນກະແລັດທົນຄວາມຮ້ອນ Infinity LubeTM ໄດ້ນໍາມາ ເພື່ອປຽບທຽບກັບນໍ້າມັນກະແລັດ ຍີ່ຫໍ້ອື່ນສອງຢ່າງ, ຜົນອອກມາໃຫ້ເຫັນວ່ານໍ້າມັນກະແລັດທົນຄວາມຮ້ອນ Infinity LubeTM ສາມາດຫຼຸດການຫຼຸ້ຍຫ້ຽນ ໄດ້ເຖິງ 700% ຂຶ້ນໄປ ເມື່ອທຽບກັບນໍ້າມັນກະແລັດທຸກປະເພດຕ່າງໆທີ່ມີຢູ່ໃນທ້ອງຕະຫຼາດ.

ການດູດຊຶມ ກາກບອນນິກ

ບັນດາຜະລິດຕະພັນຂອງ Infinity LubeTM ເປັນສານຫຼໍ່ລື່ນທໍາອິດທີ່ນໍາໃຊ້ແຮງຮຸກຖູແບບທໍາມະຊາດ ແລະ ຄວາມຮ້ອນໄດ້ສ້າງຂຶ້ນມາ ເພື່ອດູດຊຶມກາກບອນນິກ, ໝາຍຄວາມວ່າຈະເຮັດໃຫ້ພື້ນຜິວໃນເຄື່ອງຈັກແຂງຂຶ້ນ ແລະ ໄດ້ຫຼໍ່ລື່ນ. ສະນັ້ນ, ບໍ່ຈໍາເປັນຕ້ອງມ້າງສ່ວນປະກອບແຕ່ລະສ່ວນອອກ ແລະ ນໍາໄປແກ້ໄຂບັນຫາກາກບອນກໍ່ຕົວ, ຊ່ວຍຫຼຸດຄ່າໃຊ້ຈ່າຍ ແລະຍັງສາມາດຮັບປະກັນຄວາມທົນທານໃຫ້ແກ່ເຄື່ອງຈັກ.

ປະກົດການເກີດໄຟຟ້າຮຸກຖູ

ປະກົດການນີ້ເກີດຂຶ້ນເມື່ອໂລຫະສໍາພັດກັນ. ຂະບວນການທໍາຄວາມຮ້ອນ/ເຢັນ, ທໍາຄວາມຮ້ອນ/ເຢັນ, ທໍາຄວາມຮ້ອນ/ຄວາມເຢັນ ທີ່ເກີດຂຶ້ນເປັນປົກກະຕິພາຍໃນເຄື່ອງຈັກ. ເປັນຂະບວນການທີ່ສ້າງ Infinity LubeTM ດູດຊຶມກາກບອນນິກຂອງໂລຫະ ແລະ ເຮັດໃຫ້ມັນແຂງຂຶ້ນຫຼາຍເທົ່າ ແລະ ບໍ່ຊຶມນໍ້າ, ຮັບປະກັນຄວາມທົນທານ ແລະ ການຫຼຸ້ຍຫ້ຽນໃນສະພາບແວດລ້ອມທີ່ຮ້າຍແຮງ. ສານຫຼໍ່ລື່ນທົ່ວໄປມີບົດບາດເປັນສານກັນໄຟຟ້າ, ປ້ອງກັນປະຕິກິລິຍາຮຸກຖູ.