Skip to content

ການປຽບທຽບ FUEL OX® INFINITY LUBE™ ກັບຜະລິດຕະພັນຫຼໍ່ລື່ນທົ່ວໄປ

Fuel Ox® Infinity LubeTM ເປັນສານຫຼໍ່ລື່ນແບບໃໝ່ທີ່ມີລັກສະນະປະຕິວັດ, ບໍ່ພຽງແຕ່ເຮັດໃຫ້ຫຼໍ່ລື່ນດີ ແຕ່ຍັງມີປະສິດທິພາບທີ່ດີກວ່ານໍ້າມັນຫຼໍ່ລື່ນທົ່ວໄປອື່ນໆ. ສູດຜະລິດທີ່ເປັນກໍາມະສິດຂອງ Infinity LubeTM ຊ່ວຍໃນການປັບສະພາບໂລຫະ. ແຕກຕ່າງຈາກຜະລິດຕະພັນປະເພດດຽວກັນ, Fuel Ox® Infinity LubeTM ບໍ່ຈໍາເປັນຕ້ອງໃສ່ສານເຄືອບ, ຟິວເລີ ຫຼື paraffin ທີ່ເປັນພິດອື່ນໆ. ສານຫຼໍ່ລື່ນທົ່ວໄປ ສ່ວນໃຫຍ່ແມ່ນນໍາໃຊ້ສານເຄມີທີ່ບໍ່ປອດໄພກັບສິ່ງແວດລ້ອມ ໂດຍພະຍາຍາມຫຼຸດການຍ່ອຍສະຫຼາຍຂອງໂລຫະ, ແຕ່ມີການອັອກຊີເດຊັນ ແລະ ອາຊິດ, ສໍາພັດກັບພື້ນຜິວໂລຫະຢ່າງຕໍ່ເນື່ອງ, ໝາຍຄວາມວ່າຕ້ອງໃຊ້ນໍ້າມັນຫຼໍ່ລື່ນຫຼາຍຂຶ້ນ. ຄວາມແຕກຕ່າງຂອງ Fuel Ox® Infinity LubeTM ແມ່ນການຄວບຄຸມໂລຫະຈາກດ້ານໃນກ່ອນ, ຈາກນັ້ນຈະຢຸດການເລັ່ງປະຕິກິລິຍາອັອກຊີເດຊັນໂລຫະ.

ກ່ອນໃຊ້ INFINITY LUBE™

ຫຼັງໃຊ້ INFINITY LUBE™

This is untreated with the Fuel
Fuel Ox® Innity Lube
Liquid Friction
Eliminator at low pressure
tasting Castrol
$14 per quart

This is the same pin with our Fuel Ox®
innity Lube Liquid Friction
Eliminator in Castrol treated at the
Highest pressures

ສິ່ງທີ່ເຮັດໃຫ້ Fuel Ox® Infinity LubeTM ມີຄວາມແຕກຕ່າງກໍຄື ຄວາມສາມາດໃນການບໍາລຸງຮັກສາໂລຫະໄດ້ສົມບູນ. ແນວຄິດໃນການຮັກສາໂລຫະທີ່ບໍ່ແມ່ນເລື່ອງໃໝ່ ແຕ່ມີຂໍ້ຈໍາກັດຫຼາຍ ເນື່ອງຈາກປະຕິກິລິຍາທີ່ເກີດຂຶ້ນ. ສານຫຼໍ່ລື່ນສ່ວນໃຫຍ່ ໄດ້ສ້າງມາຈາກ Chlorinated ions. ເຖິງວ່າຈະມີຄວາມສາມາດຫຼຸດແຮງຮຸກຖູໄດ້ ແຕ່ກໍມີຂໍ້ຈໍາກັດຫຼາຍ ລວມເຖິງການສ້າງອັອກຊີເດຊັນທໍາລາຍໂລຫະ. ສູດຜະລິດທາງຊີວະພາບທີ່ເປັນກໍາມະສິດຂອງ Fuel Ox® Infinity LubeTM ສ້າງເງື່ອນໄຂທີ່ເຮັດໃຫ້ພື້ນຜິວໂລຫະປ່ຽນແປງ. Fuel Ox® Infinity LubeTM ຈະທໍາຄວາມສະອາດກາກບອນທີ່ມີຢູ່ໃນຈຸດຮຸກຖູ. ຈາກນັ້ນ, ຊ່ວຍໃຫ້ຊິ້ນສ່ວນຂອງເຄື່ອງຈັກເຮັດວຽກດີຂຶ້ນ.

ຂະບວນການປັບສະພາບໂລຫະນີ້ ຈະເລີ່ມເກີດຂຶ້ນຢູ່ໃນລະດັບອຸນຫະພູມ 36°C ເຮັດໃຫ້ພື້ນຜິວໂລຫະໃໝ່ ແລະແຂງຂຶ້ນ, ຊ່ວຍໃຫ້ຊັ້ນປົກຫຸ້ມດ້ານເທິງທົນທານຫຼາຍກວ່າ 10 ເທ່ົາ. ຕໍ່ໄປນີ້ແມ່ນຮູບພາບທີ່ຖ່າຍດ້ວຍກ້ອງຈຸລະທັດອິເລັກທຣອນທີ່ສະແດງຜົນ ກ່ອນ ແລະ ຫຼັງຈາກການນໍາໃຊ້ Infinity LubeTM ເທິງພື້ນຜິວໂລຫະ.